ບ້ານ > ຂ່າວ > ຂ່າວອຸດສາຫະກໍາ

ຕວກ​ກີ ຜ່ອນ​ຜັນ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ລົດ​ຈີນ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ

2024-08-13

ການ​ຕັດສິນ​ໃຈ​ຂອງ​ປະທານາທິບໍດີ​ຕວກກີ ​ໃນ​ວັນ​ທີ 5 ກໍລະກົດ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຕວກກີ ​ໄດ້​ຜ່ອນ​ສັ້ນ​ຜ່ອນ​ຍາວ​ການ​ຕັດສິນ​ໃຈ​ເກັບ​ພາສີ​ນຳ​ເຂົ້າ​ລົດ​ຈີນ ​ເພື່ອ​ຊຸກຍູ້​ການ​ລົງທຶນ​ໂດຍ​ບັນດາ​ບໍລິສັດ​ຜະລິດ​ລົດຍົນ. ໜັງສື​ພິມ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຕັດສິນ​ໃຈ​ດັ່ງກ່າວ​ໄດ້​ປັບປຸງ​ດຳລັດ​ສະບັບ​ໜຶ່ງ​ທີ່​ອອກ​ໃນ​ເດືອນ​ມິຖຸນາ, ​ໂດຍ​ກຳນົດ​ວ່າ​ຈະ​ບໍ່​ມີ​ການ​ເກັບ​ພາສີ​ເພີ່ມ​ເຕີມ​ຕໍ່​ການ​ນຳ​ເຂົ້າ​ລົດ​ຍົນ​ໃນ​ຂອບ​ເຂດ​ນະ​ໂຍບາຍ​ຊຸກຍູ້​ການ​ລົງທຶນ. ກ່ອນ​ໜ້າ​ນີ້, ວັນ​ທີ 8 ມິຖຸນາ​ນີ້, ຕວກກີ​ປະກາດ​ຈະ​ເກັບ​ພາສີ​ນຳ​ເຂົ້າ​ຕື່ມ 40% ສຳລັບ​ນ້ຳມັນ​ເຊື້ອ​ໄຟ​ແລະ​ລົດ​ໂດຍສານ​ລູກ​ປະສົມ​ທີ່​ມີ​ຕົ້ນ​ກຳ​ເນີດ​ຈາກ​ຈີນ.

X
We use cookies to offer you a better browsing experience, analyze site traffic and personalize content. By using this site, you agree to our use of cookies. Privacy Policy
Reject Accept